,,,,,ທີ່ບ້ານຫ້ວຍຫົກ

"ກຸ໋ກໆ...ກຸ໋ກໆ...ກຸ໋ກໆ“ ສຽງຂອງແມ່ໄກ່ຮ້ອງເອີ້ນລູກໄກ່ເຈັດໂຕເຊິ່ງກຳລັງຍ່າງເຂົ້າໄປໃນປ່ານຳກັນເພື່ອຊອກຫາປວກ ມົດ ແລະ ອາຫານ ປະຈຳວັນຂອງພວກເຂົາ ຊາວບ້ານທີ່ອາໄສຢູ່ຕາມຊົນນະບົດໄດ້ລ້ຽງໄກ່ ຕາມທຳມະຊາດໃຫ້ຊອກອາຫານ ແລະ ໃນທຸກແລງ ແມ່ໄກ່ ແລະ ລູກໄກ່ທັງເຈັດຈະເຂົ້າມາເຮືອນເອງ.

ໃນມື້ໜຶ່ງຕອນຄ້ອຍແລງ ໄດ້ມີໄທບ້ານຫ້ວຍຫົກເອີ້ນຫາແມ່ທອງຄຳດ້ວຍນ້ຳສຽງຕື່ນຕົກໃຈວ່າ “ແມ່ທອງຄຳ ເອີຍ! ໄຟໄໝ້ປ່າ ໄໝ້ແຮງຂະໜາດ ເປັນຕາຢ້ານແທ້ ລົມກໍພັດແຮງຫຼາຍ ລະວັງໄຟນຳເດີ້!” ເມື່ອແມ່ທອງຄຳໄດ້ຍິນແນວນັ້ນ ກໍເອີ້ນໃສ່ ຜູ້ເປັນຜົວ ຢ່າງຕົກໃຈວ່າ: “ໂອ໊ຍ! ພໍ່ເອີຍ! ຕາຍແລ້ວ ແມ່ໄກ່ກັບລູກຂອງມັນຍັງບໍ່ທັນກັບມາຮອດເຮືອນປານນີ້!"

ແຕ່ວ່າໄຟໄໝ້ລຸກລາມໄວແທ້ ແລະ ແຮງຫຼາຍ ໃຜຊິເຂົ້າໄປຊອກຫາແມໄກ່ໃຫ້ໄດ້ນໍ ໃນຂະນະທີ່ໄຟໄໝ້ສຽງດັງ “ປ໋ອກແປ໋ກ...!ປ໋ອກແປ໋ກ...!” ເປັນສຽງແຕກຂອງປ່າຫຍ້າປຽກ ແລະ ແຫ້ງທີ່ຖືກໄໝ້ເປັນຕາຢ້ານ.

“ກຸ໋ກໆ...ກຸ໋ກໆ...ກຸ໋ກໆ...” ສຽງແມ່ໄກ່ຮ້ອງຫາລູກຂອງມັນເພື່ອເຕືອນໄພອັນຕະລາຍທີ່ກຳລັງຈະເຂົ້າມາໃກ້ພວກມັນແລ້ວ ແລະ ລູກໄກ່ນ້ອຍທັງເຈັດໂຕກໍຟ້າວແລ່ນເຂົ້າມາຫາແມ່ໄກ່ດ້ວຍຄວາມຕື່ນຕົກໃຈ ແລ້ວໄຟປ່າທີ່ລຸກລາມ ແລະ ເຜົາໄໝ້ທຸກສິ່ງທຸກຢ່າງ ໃນທົ່ງກໍຜ່ານປ່າທ້າຍເຮືອນຂອງແມ່ທອງຄຳໄປ.

ຍາມໃກ້ຄໍ່າ “ ພໍ່ເອີຍ! ໄປຊອກຫາໄກ່ເຮົາໄວໆ ອີ່ຕົນແມ່ໄກ່ ກັບລູກໆທັງເຈັດໂຕຂອງມັນເດ່ ” ແມ່ທອງຄຳເວົ້າດ້ວຍນ້ຳສຽງເປັນຫ່ວງ ທອງຄຳ ແລະ ພໍ່ແມ່ຈຶ່ງໄດ້ພາກັນຊອກຫາແມ່ໄກ່ ແລະ ລູກໆທັງສາມຍ່າງຜ່າຄວັນໄຟປ່າ ເຊິ່ງບໍ່ເຫຼືອຫຍັງເລີຍ ນອກຈາກເສດຂີ້ເຖົ້າ  “ຄືກັບມີກິ່ນຊີ້ນໄໝ້ໄຟມາ...!” ສຽງທອງຄຳຮ້ອງຂຶ້ນ

 

ລາວແນມເຫັນ “ຄືມີກ້ອນດຳໆ ກ້ອນໜຶ່ງມີຄວັນໄຟຂິວໆ ເຂົ້າໄປໃກ້ໆເບິ່ງ..!”ແລ້ວແມ່ທອງຄຳກໍເວົ້າຂື້ນ "ພໍ່ເອີຍ! ມາທາງພີ້" ທັງສາມຍ່າງເຂົ້າໄປໃກ້ ພໍ່ກໍໃຊ້ສຽມທີ່ຖືໃນມືເຂ່ຍກ້ອນດຳໆອອກ “ຈ້ຽບໆ..ຈ້ຽບໆ..ຈ້ຽບໆ..ຈ້ຽບໆ..ຈ້ຽບໆ” ສຽງຮ້ອງຂອງບັນດາລູກໄກ່ທັງ ເຈັດໂຕທີ່ແລ່ນອອກມາຈາກກ້ອງປີກຂອງແມ່ໄກ່ທີ່ຖືກໄຟເຜົາ ທອງຄຳ ຕື່ນເຕັ້ນ ແລະ ດີໃຈຫຼາຍ ແຕ່ວ່າໃນຄວາມປອດໄພ ແລະ ການລອດຊີວິດຂອງລູກໄກ່ນັ້ນ ຄືການສະຫຼະຊີວິດຂອງແມ່ໄກ່ທີ່ປົກປ້ອງລູກໂດຍການກາງປີກອອກເພື່ອຕຸ້ມເອົາລູກໄວ້ໃຫ້ປອດໄພ

 

ເມື່ອໄດ້ເຫັນແນວນັ້ນ ພໍ່ ແລະ ແມ່ຂອງທອງຄຳເຖິງກັບນ້ຳຕາໄຫຼ ເມື່ອເຫັນແມ່ໄກ່ທີ່ຍອມເສຍສະຫຼະຊີວິດເພື່ອປົກປ້ອງລູກທັງ ເຈັດຂອງຕົນ.

ແມ່ທັງຫຼາຍ ແລະ ແມ່ຍິງທຸກໆຄົນໄດ້ພິສູດແລ້ວວ່າ ທ່ານຮັກ ແລະ ເສຍສະຫຼະເພື່ອລູກໆ ທຸ່ມເທທຸກເຫື່ອແຮງ ມອບຄວາມອາທອນໃຫ້ເຂົາ ເຖິງວ່າມັນຈະສຸກຫຼືທຸກຍາກສ່ຳໃດ ທ່ານກໍເຮັດໄດ້ເພື່ອຄົນທີ່ເປັນ“ລູກ” ແລະມັນໄດ້ສະແດງອອກໃຫ້ເຫັນວ່າ:ສິ່ງທີ່ທ່ານເຮັດນັ້ນ “ມີຄຸນຄ່າ.”
ໂດຍບໍ່ສາມາດປຽບທຽບໄດ້ເລີຍວ່າຫລາຍປານໃດ ຈົ່ງພາກພູມໃຈທີ່ທ່ານໄດ້ເກີດເປັນແມ່ຍິງຂອງແຜ່ນດິນ ທີ່ລ້ຽງລູກໃຫ້ເຕີບໃຫຍ່ ເປັນຄົນດີ ຂອງສັງຄົມໄດ້ຢ່າງສົມບູນ.

 

ພໍ່ແມ່ຍຸກໃໝ່ ໃຫ້ໂທລະພາບ ແລະ ຄອມພິວເຕີ້ເປັນຄູສອນລູກ ຄິດວ່າເປີດໂທລະພາບໃຫ້ເບິ່ງແລ້ວ ລູກຈະບໍ່ຂີ້ດື້ ໃຫ້ຫລິ້ນເກມແລ້ວ ລູກຈະບໍ່ ໄປໃສ ວັນຄືນເດືອນປີ ຜ່ານໄປລູກກໍໄດ້ຮຽນຮູ້ເອງຈາກຄູທີ່ພໍ່ແມ່ບໍ່ໄດ້ຈ້າງ ແມ່ນທັງເຄື່ອງນຸ່ງ, ກິລິຍາ, ມາລະຍາດ ແລະ ນິໃສ ຄືກັບໃນລາຍການໂທລະພາບເລີຍ.
 

ແມ່ເອີຍ:

ຈົ່ງສະແດງຄວາມຮັກດ້ວຍຄວາມເສຍສະຫຼະເວລາ ອົດທົນສັ່ງສອນເຂົາເຈົ້າໃຫ້ເຮັດສິ່ງທີ່ດີ ດ້ວຍຄວາມເຂັ້ມງວດ ແລະ ມີວິໄນເທົ່ານັ້ນ
ທ່ານຈຶ່ງຈະໄດ້ນັກຮຽນທີ່ດີໃນເຮືອນ ຢ່າຂີ້ຄ້ານຫຼືຫຍໍ້ທໍ້ ຈົ່ງອົດທົນທີ່ຈະສອນເຂົາເຈົ້າ ເພາະມື້ໜຶ່ງເຂົາຈະເປັນມົງກຸດງາມແກ່ທ່ານ.
   

ລູກເອີຍ:

ຢ່ານ້ອຍໃຈທີ່ພໍ່ແມ່ຕີສອນເຈົ້າເລີຍ ເມື່ອເຈົ້າຂີ້ດື້ບໍ່ຟັງຄວາມ ເພາະມັນເປັນຄວາມຮັກທີ່ບໍລິສຸດແກ່ເຈົ້າ ຖ້າຍາກໄດ້ພໍ່ແມ່ທີ່ບໍ່ຕີບໍ່ສອນ, ບໍ່ເວົ້າບໍ່ວ່າ ກໍໝາຍເຖິງວ່າ ເຈົ້າປະໝາດຄວາມຮັກເສຍແລ້ວ. ເມື່ອເຈົ້າເອງກໍເຮັດໃຫ້ພໍ່ແມ່ທໍ້ແທ້ໃຈ ແລ້ວເຈົ້າຈະໄດ້ດີໄດ້ຈັ່ງໄດ໋,
     
ການບໍ່ສິດສອນຍາມລູກຍັງນ້ອຍ ກໍໝາຍເຖິງວ່າຄວາມຮັກຕໍ່ກັນໄດ້ຈືດຈາງລົງແລ້ວ.ພໍ່ແມ່ອາດຈະຕີ ສອນ ຕັກເຕືອນລູກໂດຍປາດ

ສະຈາກຄວາມຮັກໄດ້ ແຕ່ເຈົ້າຈະຮັກລູກໂດຍບໍ່ໄດ້ສັ່ງສອນ, ບໍ່ຕັກເຕືອນ,ບໍ່ລົງໂທດບໍ່ໄດ້.

“ເພາະການສ້າງວິໄນໃຫ້ລູກກໍຄືການໃຫ້ຊີວິດທີ່ສົມບູນແກ່ເຂົາ”

ໃຕ້ຮົ່ມປີກແຫ່ງພະຄຸນນີ້

“ຈົ່ງສະຫຼະເວລາສິດສອນ ແລະ ເອົາໃຈໃສ່ລູກຢ່າງໃກ້ຊິດ ເພາະນັ່ນຄືການສະຫຼະຊີວິດເພື່ອລູກຢ່າງແທ້ຈິງ”

                                                                                                

                                                                                                                                                                                            ມານະ ແຈ້ງມຸກ

 ໃຕ້ຮົ່ມແຫ່ງພະຄຸນ