top of page

ເວລາ ແລະ ຄວາມອົບອຸ່ນ

ຄອບຄົວແບບນີ້ ຫຼື ແບບໃດ ທີ່ທ່ານຕ້ອງການ?

"ລູກເອີ້ຍ ອາຫານແລງຍູ່ໃນຕູ້ເຍັນເດີ້ ອຸ່ນໃຫ້ຮ້ອນຈາກຕູ້ໄມໂຄເວບເອງເດີ້" ສຽງແມ່ສັ່ງລູກກ່ອນອອກໄປເຮັດວຽກ.

ໃນຄອບຄົວຮັ່ງມີຄອບຄົວໜຶ່ງ ມີ ພໍ່ ແມ່ ແລະ ລູກ ຢູ່ນຳກັນສາມຄົນ ພໍ່ແລະແມ່ເປັນນັກທຸລະກິດໃນບໍລິສັດທີ່ໃຫຍ່ ສ່ວນລູກຍັງຮຽນໜັງສືຍູ່, ແຕ່ລະມື້ພໍ່ແມ່ກໍໄດ້ແຕ່ຈົດຈໍ່ຢູ່ກັບວຽກງານຈົນບໍ່ມີເວລາໃຫ້ລູກ, ມີຫຼາຍເທື່ອທີ່ພໍ່ແມ່ໄດ້ແຕ່ຂຽນເຈ້ຍໂນດຕິດໄວ້ຢູ່ຝາຕູ້ເຍັນວ່າ: "ມື້ນີ້ພໍ່ແມ່ມີປະຊຸຸມດ່ວນ ໃຫ້ລູກເອົາອາຫານໃນຕູ້ເຍັນມາອຸ່ນກິນເອງເດີ້!"

 

ໃນມື້ໜຶ່ງເຊິ່ງເປັນມື້ຄົບຮອບວັນເກີດຂອງລູກ ແຕ່ພໍ່ແມ່ຕ້ອງໄດ້ເດີນທາງໄປພົວພັນວຽກຢູ່ຕ່າງປະເທດ, ພໍ່ກັບແມ່ຈຶ່ງໄດ້ຖາມລູກວ່າ ປີນີ້ລູກຢາກໄດ້ຫຍັງເປັນຂອງຂວັນວັນເກີດ ພໍ່ກັບແມ່ຊິຊື້ໃຫ້ ລູກຕອບວ່າ: *ລູກຢາກໄດ້ເວລາ ແລະ ຄວາມອົບອຸ່ນ*.

ໃນຕອນເຊົ້າຂອງວັນເກີດ ເມື່ອລູກອອກມາຈາກຫ້ອງນອນ ກໍເຫັນວ່າມີຫໍ່ຂອງຂວັນໃຫຍ່ຊ່ຳກັບໂຕຄົນ 2 ຫໍ່, "ປ່າໂທ້! ຄືມາໃຫຍ່ແທ້" ລູກຮູ້ສຶກຕື່ນເຕັ້ນ ແລະ ດີໃຈຫຼາຍ ພ້ອມທັ້ງຄິດໃນໃຈວ່າ ຕ້ອງແມ່ນພໍ່ກັບແມ່ລີ້ຢູ່ໃນຫໍ່ຂອງຂວັນນີ້,

ເມື່ອລາວແກະຫໍ່ຂອງຂວັນອອກມາ ໃນນັ້ນມີໂມງໃຫຍ່ໆໜຶ່ງໜ່ວຍ ແລະ ຜ້າຫົ່ມນວມກັນໜາວໜຶ່ງຜືນໃຫຍ່.

ໂມງໜ່ວຍໃຫຍ່ໆ ລາຄາແພງໆ ຈະທຽບເທົ່າກັບເວລາທີ່ໃຫ້ກັບລູກຂອງທ່ານໄດ້ບໍ?

ຜ້າຫົ່ມນວມທີ່ສວຍງາມ ຈະຊ່ຳກັບອ້ອມແຂນ ຫືຼ ຕັກທີ່ລູກໜູນນອນໄດ້ບໍ?

ພໍ່ແມ່ເອີ້ຍ! ທ່ານຊິຫາເງິນ ແລະ ຊື່ສຽງໄວ້ເພື່ອຫຍັງ?

ຖ້າທ່ານເຫັນລູກນ້ອຍມີຄ່າພຽງເງິນຄຳ ທ່ານກໍຈະຕ້ອງຊ້ຳໃຈໄປຊົ່ວຊີວິດ.

ດັ່ງທີ່ມີຄຳຂຽນໄວ້ວ່າ:

"ເຮືອນນັ້ນສ້າງດ້ວຍດິນຈີ່ກໍຕິດກັນ ແຕ່ຄອບຄົວສ້າງຂຶ້ນດ້ວຍຄວາມຮັກເທົ່ານັ້ນ"

"House is built by bricks and stones, but Home is built by love alone."

                                                                                                           

                                                                                                                                                                                                           ມານະ ແຈ້ງມຸກ

bottom of page