top of page

ກ່ຽວກັບພວກເຮົາ

ພາລະກິດຂອງພວກເຮົາຄື : 

ການສ້າງຄຸນນະທຳໃຫ້ກັບສັງຄົມດ້ວຍປື້ມຄຸນນະພາບສູງ .

            ສຳນັກພິມ ມີດີບຸກສ໌ ແມ່ນສ່ວນໜຶ່ງຂອງບໍລິສັດປານຄຳ ຈຳປາການພິມ ເຮົາມີຈຸດປະສົງຍາກສ້າງສັນງານວັນນະກຳທີ່ມີຄຸນນະພາບສູງ  ເພື່ອປະກອບສ່ວນເຂົ້າໃນການພັດທະນາຊັບພະຍາກອນບຸກຄົນ ເຊິ່ງເປັນຊັບພະຍາກອນ ທີ່ສຳຄັນຫຼາຍທີ່ສຸດຂອງສັງຄົມ ທັງເດັກນ້ອຍ ແລະ ຜູ້ໃຫຍ່ ໃຫ້ດຳເນິນຊີວິດ ໃນຄວາມຈິງ ຄວາມຊອບທຳ ນຳຍຸກສະໄໝ ຮູ້ຮັກສາສິ່ງແວດລ້ອມ ຮູ້ຈັກເສຍສະຫຼະເພື່ອສັງຄົມ ເພື່ອປະເທດຊາດ

 

             ສຳນັກພິມ ມີດີບຸກສ໌ ມີຄວາມເຊື່ອວ່າ ເດັກນ້ອຍໄດ້ຮັບການເບິ່ງແຍງແນວໃດ ໃຫຍ່ມາກໍເປັນແນວນັ້ນ ເຮົາຈຶ່ງຂວນຂວາຍສະຫນັບສະຫນູນໃຫ້ພໍ່ແມ່ເຫັນຄວາມສຳຄັນຂອງການ

ເອົາໃຈໃສ່ ໃຫ້ຄວາມຮັກ ເພື່ອສ້າງຊີວິດຂອງເດັກນ້ອຍໃຫ້ເຕິບໂຕ ເປັນຜູ້ໃຫຍ່ທີ່ມີຄຸນນະພາບ ແລະ ຄຸນນະທຳ

 

             ເຮົາຫວັງເປັນຢ່າງຍິ່ງວ່າ ງານວັນນະກຳທີ່ເຮົາສ້າງສັນຈະໄດ້ເປັນສ່ວນໜຶ່ງ ໃນການສົ່ງເສິມໃຫ້ສັງຄົມມີວິຕາມິນທີ່ເຂັ້ມແຂງເພິ່ມຫຼາຍຂຶ້ນ

bottom of page